
ປະຫວັດຄວາມເປັນມາຂອງ ກຸ່ມບໍລິສັດໂຊກໄຊ
ບໍລິສັດ ໂຊກໄຊ ຈະເລີນການຄ້າ ກໍ່ຕັ້ງຂຶ້ນໃນປີ 2005, ໂດຍ ທ່ານ ໂຊກໄຊ ສົມໃຈນຶກ.
ຈາກທີ່ເປັນທຸລະກິດຂອງຄອບຄົວທີ່ໄດ້ລົງທຶນ ແລະ ດຳເນີນທຸລະກິດ. ຕໍ່ມາ ທ່ານ ໂຊກໄຊ ສົມໃຈນຶກ ໄດ້ເຂົ້າມາບໍລິຫານ ແລະ ໄດ້ຂະຫຍາຍທຸລະກິດ ຈົນສາມາດກໍ່ຕັ້ງບໍລິສັດຂຶ້ນມາໄດ້ຫຼາຍບໍລິສັດ. ປີ 2010, ບໍລິສັດ ໄດ້ພັດທະນາເປັນກຸ່ມທຸລະກິດ ພາຍໃຕ້ຊື່ "ກຸ່ມບໍລິສັດ ໂຊກໄຊ ຈຳກັດ". ປັດຈຸບັນເຮົາໄດ້ດຳເນີນທຸລະກິດຫຼາຍປະເພດໄດ້ແກ່: ຫວຍທັນສະໄໝ ໂຊກໄຊ ນະຄອນຫຼວງ 4, ຈຳໜ່າຍສິນຄ້າອຸປະໂພກບໍລິໂພກ,ຈຳໜ່າຍຢ່າງລົດ ແລະ ນ້ຳມັນເຄື່ອງ, ອາຫານ ແລະ ເຄື່ອງດື່ມ (ຮ້ານ ລອດເຕີເຣຍ ລາວ ເຊິ່ງເປັນແຟນຊາຍຈາກປະເທດເກົາຫຼີ ແລະ ຮ້ານ ອາຫານ ໂຊກໄຊ), ຮ້ານສະດວກຊື້ໂຊກໄຊ, ການສື່ສານ ແລະ ເອເລັກໂຕຼນິກ (ຈຳໜ່າຍໂທລະສັບມືຖື, ອຸປະກອນເສີມໂທລະສັບມືຖື ແລະ ອຸປະກອນເອັກເລັກໂຕຼນິກ), ການກໍ່ສ້າງ, ໂຮງງານຄອນກຣີດ, ເສົາເຂັມຄອນກຣີດ ແລະ ພື້ນຄອນກຣີດ, ອະສັງຫາລິມາຊັບ, ສະຖາບັນການເງິນຈຸລາພາກ, ໂຊກໄຊ ໄອທີ ພັດທະນາ, ປະກັນໄພໂຊກໄຊ (ມີຊິວິດ ແລະ ບໍ່ມີຊີວິດ) ແລະ ເຂົ້າຮ່ວມບໍລິສັດກັບໂຕໂຍຕາລາວ. ກຸ່ມບໍລິສັດໂຊກໄຊໄດ້ມີແຜນໃນການກໍ່ຕັ້ງຫຼາຍໆຫົວໜ່ວຍບໍລິສັດໃນອານາຄົດໄວໆນີ້ິ້ເຊັ່ນ: Sokxay all, ໂຮງງໄພໂລດ, DD EMPLOYMENT SOLE CO., LTD, SOKXAY LOGISTICS; BONDED WAREHOUSE; DUTY FEE ZONE, SOKXAY PETROLEUM, SOKXAY APPRAISAL SOLE CO., LTD ແລະ ບໍລິສັດ ອື່ນໆທີ່ກຳລັງຈະກໍ່ຕັ້ງຂຶ້ນໃນໄວໆນີ້.




















ຄະນະບໍລິຫານງານຂອງກຸ່ມບໍລິສັດ ໂຊກໄຊ ຈຳກັດ
ທ່ານ ໂຊກໄຊ ສົມໃຈນຶກ
ຜູ້ຮ່ວມກໍ່ຕັ້ງ, ປະທານ ແລະ ຄະນະບໍລິຫານງານ ກຸ່ມບໍລິສັດ ໂຊກໄຊ ຈຳກັດ.

ທ່ານ ນາງ ວານິດາ ສົມໃຈນຶກ
ຜູ້ຮ່ວມກໍ່ຕັ້ງ, ຮອງປະທານ ກຸ່ມບໍລິສັດ ໂຊກໄຊ ຈຳກັດ.
ສະມາຊິກຄະນະບໍລິຫານງານກຸ່ມບໍລິສັດ ໂຊກໄຊ ຈຳກັດ

ທ່ານ ອານຸສັກ ແກ້ວຈະເລີນ
ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກ ໂຊກໄຊ, ສະມາຊິກສະພາບໍລິຫານ.

ທ່ານ ນາງ ມົນນະລາ ຣັດຕະນະວົງ
ຫົວໜ້າພະນັກງານການເງິນ (CFO), ສະມາຊິກຂອງຄະນະບໍລິຫານງານ.

ທ່ານ ພອນສະຫວັນ ສີສະນະ
ຫົວໜ້າບໍລິຫານ (CEO), ສະມາຊິກສະພາບໍລິຫານ.

Mr. Chawinrot Kitruengchot
ທີ່ປຶກສາອາວຸໂສຂອງ ບໍລິສັດປະກັນໄພໂຊກໄຊ, ຫົວໜ້າ ການຕະຫຼາດ, ສະມາຊິກຂອງຄະນະບໍລິຫານງານ.

ທ່ານ ພາລີ ແສງຈັນທະວົງ
ຜູ້ອຳນວຍການຝ່າຍປະຕິບັດງານ, ສະມາຊິກຂອງຄະນະບໍລິຫານງານ.
