
ປະຫວັດຄວາມເປັນມາຂອງບໍລິສັດ
ບໍລິສັດ ໂຊກໄຊ ຈະເລີນຂົນສົ່ງ ຈຳກັດ, ໄດ້ຮັບການສ້າງຕັ້ງຂື້ນໃນປີ 2019, ເຊິ່ງເປັນເຈົ້າຂອງໂດຍນັກລົງທຶນລາວ. ຜູ້ກໍ່ຕັ້ງ ແລະ ເປັນເຈົ້າຂອງແມ່ນທ່ານ ໂຊກໄຊ ສົມໃຈນຶກ. ສຳນັກງານໃຫຍ່ຕັ້ງຢູ່ທີ່ ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ປະເທດລາວ. ຈຸດປະສົງຕົ້ນຕໍຂອງພວກເຮົາແມ່ນ ເພື່ອສະໜອງໃນການແກ້ໄຂບັນຫາການຂົນສົ່ງໃຫ້ມີປະສິດທິພາບ, ໜ້າເຊື່ອຖື ແລະ ຄວາມສະດວກພາຍໃນພາກພື້ນອາຊີຕາເວັນອອກສຽງໃຕ້, ໂດຍສະເພາະລະຫວ່າງລາວ ແລະ ໄທ, ຂ້າມຊາຍແດນໃນບັນດາປະເທດອາຊຽນ. ພວກເຮົາມີເຄືອຂ່າຍຄູ່ຮ່ວມງານທົ່ວໂລກເຊິ່ງເປັນປະໂຫຍດອັນລ້ຳຄ່າໃນການສະໜອງ ການບໍລິການທີ່ມີຄຸນນະພາບສູງ. ພວກເຮົາເປັນນາຍໜ້າລູກຄ້າ, ຕົວແທນຈຳໜ່າຍພາຍໃນປະເທດລາວ, ການຂົນສົ່ງສິນຄ້າທັ້ງໃນນະຄອນຫຼວງ ແລະ ຕ່າງແຂວງ, ການລວມການບໍລິການຄັງສິນຄ້າ ແລະ ການຂົນສົ່ງພາຍໃນຈາກປະເທດ ໄປສູ່ຊາຍແດນໄທ, ໄທ - ລາວ ແລະ ຫວຽດນາມ - ລາວ ແລະ ການຂົນສົ່ງສິນຄ້າຕາມດ່ານປະເພນີ.
ໜ້າທີ່ຂອງພວກເຮົາ
Great products for great people
ບໍລິສັດ ໂຊກໄຊຈະເລີນຂົນສົ່ງ ຈຳກັດ, ເຊື່ອວ່າຄວາມສຳເລັດ ແມ່ນຂຶ້ນກັບບຸກຄະລາກອນ ທີ່ມີຄວາມສາມາດ ແລະ ມີຄວາມເຂົ້າໃຈເລິກເຊິ່ງຕໍ່ກັບສະພາບແວດລ້ອມທາງທຸລະກິດທັງໝົດ.
ບໍລິສັດ ໂຊກໄຊຈະເລີນຂົນສົ່ງ ຈຳກັດ, ຈະເປັນໜຶ່ງໃນບໍລິສັດຂົນສົ່ງ ທີ່ທີ່ຢູ່ໃນໃຈຂອງຜູ້ໃຊ້ບໍລິການ ທຸກບ່ອນ ທຸກເວລາ.

ຫົວໜ້າບໍລິຫານງານ

